Monday, December 12, 2011












10 ວະລີຊົງພະລັງທາງບວກ - 10 Powerful phrases for Positive people

ຂ້ອຍໄວ້ ແລະ ວາງໃຈເຈົ້າ

ຂ້ອຍຕ້ອງການເຈົ້າ

ຂ້ອຍໝັ້ນໃຈວ່າເຈົ້າເຮັດໄດ້ແນ່ນອນ

ຂ້ອຍຮັກເຈົ້າຫຼາຍ
ຂ້ອຍຜິດເອງ


ຂ້ອຍເຊື່ອໝັ້ນໃນຕົວເຈົ້າ

ຂ້ອຍພູມໃຈໃນຕົວເຈົ້າ
ຂອບໃຈເດີ

ຂ້ອຍເຄົາລົບໃນຕົວເຈົ້າ

Tuesday, November 29, 2011

6 ວິທີ ພັດທະນາຕົນເອງສູ່ຄວາມເປັນເລີດ

-ລົງລາຍລະອຽດຂອງກິດຈະກຳ ທີ່ຕ້ອງເຮັດໃນແຕ່ລະວັນ
-ລົງລາຍລະອຽດຂອງກິດຈະກຳ ທີ່ຕ້ອງເຮັດໃນແຕ່ລະເດືອນ
-ລົງລາຍລະອຽດຂອງກິດຈະກຳທີ່ຕ້ອງເຮັດໃນແຕ່ລະປີແລະເປົ້າໝາຍທີ່ຊັດເຈນ
II ມີວິໄນເປັນຫຼັກປະຕິບັດທີ່ຊ່ວຍໃຫ້ເຮັດວຽກງານສຳເລັດເອົາຊະນະອຸປະສັກຕ່າງໆໄດ້ ດ້ວຍເວລາອັນສັ້ນເປັນຕົວກຳນົດຮຽນຮູ້ທີ່ຈະຮັບຜິດຊອບໜ້າທີ່ທີ່ໄດ້ຮັບແລະ ຊ່ວຍຄອບຄຸມຕົນເອງໄດ້ດີ
ຄຸນລັກສະນະຜູ້ມີວິໄນໃຫ້ຕົນເອງ
1.  ມີຄວາມຊື່ສັດສຸດຈະລິດ ບໍ່ລອກລວງຕົວເອງແລະ ຜູ້ອື່ນ
2.  ມີຄວາມຮັບຜິດຊອບ ຄວາມຕັ້ງໃຈທີ່ຈະເຮັດວຽກແລະ ຕິດຕາມຜົນງານທີ່ໄດ້ເຮັດແລ້ວ
3.  ເຄົາລົບໃນສິດທິຂອງຜູ້ອື່ນ
4.  ມີລະບຽບແລະ ປະຕິບັດຕາມກົດເກນຂອງສັງຄົມ
5.  ມີລັກສະນະແນ່ໄປທີ່ອະນາຄົດ
6.  ມີຄວາມເປັນຜູ້ນຳ
7.  ມີຄວາມຕົງຕໍ່ເວລາແລະ ຮູ້ຈັກກາລະເທສະ
8.  ມີຄວາມເຊື່ອໝັ້ນໃນຕົນເອງ
9.  ມີຄວາມອົດທົນ ຂະຫຍັນໝັ່ນພຽນ
10.     ຮູ້ຈັກເສຍສະລະແລະ ມີຄວາມເຫັນໃຈຜູ້ອື່ນ
III ສ້າງຄວາມໝັ້ນໃຈ ຖືເປັນກ້າວທຳອິດສູ່ຄວາມສຳເລັດແລະເປັນປະໂຫຍໃນການດຳເນີນຊີວິດ ທັງເລື່ອງຮຽນແລະ ການເຮັດວຽກ ນອກຈາກຈະສົ່ງຜົນໃຫ້ເປັນຄົນກ້າສະແດງອອກແລະ ກ້າຜະເຊີນໜ້າກັບເລື່ອງຕ່າງໆ ຢ່າງໝັ້ນໃຈແລ້ວ ຍັງ​​ເຮັດໃຫ້ບຸຄະລິກພາບດີອີກດ້ວຍ
IV ຮັບຟັງຄວາມຄິດເຫັນແລະ ຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນຢ່າງມີເຫດຜົນ ຂະນະດຽວກັນເມື່ອພົບກັບບັນຫາ ຄວາມຫາທາງອອກທີ່ເໝາະສົມເພື່ອສ້າງຄວາມຮ່ວມມືທີ່ດີໃນການເຮັດວຽກ
-    ຮັບຟັງຄວາມຄິດເຫັນ
-    ຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນ
-    ວິເຄາະ
-    ຫາທາງແກ້ບັນຫາ
V ເບິ່ງໂລກໃນແງ່ດີ ມີຄວາມຄິດເຊີງບວກ ຈະສົ່ງຜົນໃຫ້ສຸຂະພາບການດີ ​​ແນວຄິດໂປ່ໃສ່ ສຸດທ້າຍຈະຕາມມາດ້ວຍຄວາມສຸກແລະ ຄວາມສຳເລັດ
VI ໃຊ້ຊີວິດໃຫ້ສົມດູ ດ້ວຍການເດີນສາຍກາງ ຢ່າທຸ້ມເທຊີວິດໃຫ້ດ້ານໃດດ້ານໜຶ່ງຢ່າງດຽວ ຈົນເຮັດໃຫ້ດ້ານອື່ນໆຂອງຊີວິດ ຂາດການດູແລ ຮູ້ຈັກໃຊ້ຊີວິດໃຫ້ສົມດູເພື່ອກະຕຸ້ນໃຫ້ຊີວິດມີຄວາມສຸກ ມີຄວາມຄິດສ້າງສັນແລະ ມີພະລັງໃນການຮຽນຮູ້ ການເຮັດວຽກສືບຕໍ່ໄປ
ການພັດທະນາດ້ານອາລົມແລະ ຈິດໃຈ ຄວບຄູ່ໄປກັບ IQ ນັ້ນ ຖືເປັນກຸນແຈສຳຄັນທີ່ຈະນຳໄປສູ່ການໃຊ້ຊີວິດຢ່າງມີປະສິດທິພາບແລະ ນຳໄປສູ່ຄວາມສຳເລັດຢ່າງແທ້ຈິງ.