Thursday, November 17, 2011

ຄວາມສຳເລັດ ຂື້ນຢູ່ກັບຄົນທີ່ຕ້ອງການມັນເທົ່ານັ້ນ





















ຖ້າຄົນທີ່ຕ້ອງການຄວາມສຳເລັດ ແລ້ວ ເຂົາເຈົ້າຈະຫາທຸກວິທີທາງເພື່ອໃຫ້ປະສົບຜົນສຳເລັດ ໂດຍສ້າງວິທີການ ແນວທາງອອກມາຢ່າງຊັດເຈນ
ທຸລະກິດເຄືອຂ່າຍ ເປັນພຽງໜຶ່ງວິທີທາງທີ່ສາມາດນຳພາທ່ານພົບກັບຄວາມສຳເລັດໃນຊີວິດໄດ້ ໂດຍທີ່ລົງທຶນນ້ອຍກ່ວາທຸລະກິດອື່ນໆ ນັບລ້ານໆ ເທົ່າ
ຂືເລີ່ມຕົ້ນກໍ່ຊັດເຈນຢູ່ແລ້ວວ່າ ທຸລະກິດເຄືອຂ່າຍ ທຸລະກິດຂອງທ່ານເອງ ດັ່ງນັ້ນມັນຈິ່ງຕ້ອງມີຫຼາຍປັດໄຈ ລວມກັນ ເພື່ອເກື້ອກູນຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ເພື່ອໃຫ້ກາຍເປັນທຸລະກິດແທ້ໆ ມັນຈິ່ງຈະສາມາດສ້າງລາຍຮັບໃຫ້ເຮົາໄດ້ຫຼາຍເທົ່າທີ່ຕ້ອງການ ແລະ ຕໍ່ເນື່ອງ
ຂາຍຕົງ ກັບ ເຄືອຄ່າຍແຕກຕ່າງກັນຢ່າງຊິ້ນເຊິງ ເຄືອຄ່າຍຄືການສ້າງເຄືອຄ່າຍຜູ້ບໍລິໂພກຂະໜາດໃຫຍ່ ໂດຍກະຈາຍສິນຄ້າໃຫ້ອົງກອນ ຊົມໃຊ້ຄົນລະເລັກລະນ້ອຍ ອາດຈະເປັນສິນຄ້າທີ່ໃຊ້ໃນຊີວິດປະຈຳວັນ ສິນຄ້າເພື່ອສຸຂະພາບ ເປັນຕົ້ນ ແລ້ວບໍລິສັດກໍຈະຈ່າຍຜົນຕອບແທນ ໃຫ້ກັບຜູ້ທີ່ສ້າງເຄື່ອຂ່າຍ ຕາມລຳດັບ ແລະ ຂະໜາດຂອງເຄືອຂ່າຍ ການສ້າງເຄືອຂ່າຍທີ່ຂະໃຫຍ່ ແລະ ໃຫ້ມີປະສິດທິພາບໄດ້ນັ້ນ ມັນຕ້ອງອາໄສຫຼາຍປັດໄຈ ເກື້ອກູນກັນ ດັ່ງນັ້ນ ຈິ່ງເກີດມີເລື່ອງລາວຕ່າງໆນາໆ ໃນກຸ່ມນັກທຸລະກິດເຄືອຂ່າຍ ທີ່ສ້າງຂື້ນເພື່ອ ຊັກຊວນໃຫ້ກຸ່ມຄົນອື່ນໆ ໃຫ້ເຂົ້າຮ່ວມທຸລະກິດນຳຕົນເອງ
ແຕ່ຄົນສ່ວນໃຫຍ່ເຂົ້າມາສູ່ທຸລະກິດເຄືອຂ່າຍ ລ້ວນແລ້ວແຕ່ມີຄວາມຝັນ, ຄວາມຫວັງ ທີ່ຖືກໂອ້ອວດຈາກຜູ້ຊັກຊວນ ດ້ວຍລາຍຮັບອັນຫາສານ, ລົດເກງຄັນງາມໆ, ເຮືອນຫຼັງໃຫຍ່ໆ, ສາມາດທ່ອງທ່ຽວໄປທຸກຫົນທຸກແຫ່ງໃນໂລກ, ເບິ່ງແລ້ວຄືເປັນໄປໄດ້ຢ່າງງ່າຍດາຍ ພໍເຂົ້າມາໄດ້ສັກໄລຍະແລ້ວ ເຂົາເຈົ້າເຫລົ່ານັ້ນກັບຜິດຫວັງ ແລ້ວ ເກີດຫາງສຽງໃນທາງລົບຕ່າງໆນາໆ
ເພາະເຂົາເຈົ້າເຫຼົ່ານັ້ນເຂົ້າມາສູ່ເຄືອຂ່າຍ ເພື່ອເງິນ, ລົດເກງຄົນງາມ, ເຮືອນຫຼັງໃຫຍ່, ໄດ້ທ່ອງທ່ຽວໄປທົ່ວທຸກໂລກ ແຕ່ເຂົາເຈົ້າບໍ່ຕ້ອງການຄວາມເລັດ ເມື່ອເຂົາເຈົ້າຕ້ອງການຄວາມສຳເລັດ ເຂົາເຈົ້າຈະຫາທຸກວິທີການທີ່ຈະໃຫ້ເຂົາປະສົບຄວາມສຳເລັດ

No comments:

Post a Comment