Sunday, January 16, 2011

ເປັນຫຍັງຕ້ອງ ເຮັດໃຫ້ມັນເປັນເລື່ອງຍາກ


ຄວາມ ຮັກ... ຈະ​ວ່າ​ເປັນ​ເລື່ອງ "ງ່າຍ" ມັນ​ກໍ​ງ່າຍ ຈະ​ວ່າ​ເປັນ​ເລື່ອງ "ຍາກ" ມັນ​ກໍ​ຍາກ ຢູ່​ທີ່​ວ່າ​ເຮົາ​ຈະ​ມອງ​ມັນ​ດ້ວຍ​ສາຍ​ຕາ​ແບບໃດ ຂໍ​ຢ່າງ​ດຽວ "ຢ່າ​ໄປ​ເຮັດໃຫ້​ເລື່ອງ​ງ່າຍໆ ກາຍ​ເປັນ​ເລື່ອງ​ຍາກ​ໆ" ກໍ​ພໍ

ຢ່າໄປ​ຄິດ​ເອງ​ເອີ​ເອງ​ວ່າ ຄົນ​ເປັນ​ແຟນ​ກັນ​ຕ້ອງ​ຮູ້​ທຸກ​ເລື່ອງ​ທີ່​ເປັນ​ເລື່ອງ​ຂອງເຂົາ ມັນ​ບໍ່​ແມ່ນດອກ!! ຍິ່ງ​ເຮັດ​ແນວນັ້ນ ກໍ​ເໝືອນ​ຍິ່ງ​ທຳລາຍ​ເກາະ​ຄວາມ​ຜູກ​ພັນ​ໃຫ້​ຍິ່ງ​ບາງ​ລົງໆ ບໍ່​ມີ​ໃຜ​ຢາກ​ຮູ້ສຶກ​ຄືຖືກ​ສອບ​ສວນ​ຕະຫລອດ​ເວລາ ເພາະ​ເລື່ອງ​ນີ້​ແຫລະ​ທີ່​ເປັນ​ເລື່ອງ Top Hit ທີ່​ບັນດາ​ຄູ່​ຮັກ​ມີ​ປາກມີ​ສຽງ​ກັນ​ເລື້ອຍ​ທີ່​ສຸດ

ການ "ຈັບ​ຜິດ" ຄົນ​ຮັກ... ຕໍ່​ໃຫ້​ຈັບ​ໄດ້​ຄາ​ໜັງ​ຄາ​ເຂົາ ຖາມວ່າ​ມີ​ໃຜ "ມີ​ຄວາມ​ສຸກ" ແດ່? (ຄຳ​ຕອບ​ຄື​ບໍ່​ມີ​ໃຜ​ມີ​ຄວາມ​ສຸກ​ຈັກ​ຄົນ) ເພາະ​ສະ​ນັ້ນ... ລອງ​ຊັ່ງ​ໃຈ​ຕົວ​ເອງ​ເບິ່ງ​ດີໆ ​ວ່າ ຖ້າ​ເຮົາ​ຍອມ​ຮັບ​ນິ​ໄສ​ບາງຢ່າງ​ຂອງ​ເຂົາ​ໄດ້ ເຊັ່ນ ນິ​ໄສ​ຜູ້​ຊາຍ​ທີ່​ຕ້ອງ​ມີ​ການເບິ່ງແມ່ຍິງ​ອື່ນ​ນຳ ກໍ​ບໍ່ແມ່ນ​ເລື່ອງ​ໃຫຍ່​ໂຕ ຫາກ​ເຂົາ​ຍັງ​ບໍ່​ໄດ້​ຫອບ​ເຄື່ອງໄປ​ຢູ່​ກັບ​ຍິງອື່ນ ເບິ່ງ​ແງ່​ດີ​ກໍ​ຄື ເຂົາ​ກໍ​ຍັງ​ຮັກ​ເຮົາ ແລະ​ເລືອກ​ທີ່​ຈະ​ຢູ່​ກັບ​ເຮົາ ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ແລ້ວ​ວ່າ "ລະຫວ່າງ​ຄົນທີ່​ເຂົາ​ເລືອກ​ຈະ​ຢູ່​ນຳ" ກັບ "ຄົນທີ່​ເຂົາ​ເລືອກ​ຈະ​ເວົ້ານຳຊື່ໆ" ເຮົາ​ຢາກ​ເປັນ​ຄົນ​ໃດ?

ຖ້າ​ຢາກ​ເປັນ​ຄົນທີ່​ເຂົາ​ເລືອກ​ຈະ​ຢູ່​ນຳ ສິ່ງທຳ​ອິດ​ທີ່​ຕ້ອງ​ກັກ​ຕຸນ​ເອົາ​ໄວ້​ຫລາຍ​ໆ ກໍ​ຄື "ຄວາມ​ເຂົ້າໃຈ" ພະ​ຍາຍ​າມ​ເບິ່ງ​ບາງ​ເລື່ອງ​ໃຫ້ເປັນ​ເລື່ອງ​ນ້ອຍ​ໆ ຢ່າ​ປ່ອຍ​ໃຫ້​ເລື່ອງ​ນ້ອຍ​ໆ ນັ້ນມາ​ກະທົບ​ກັບ​ການ​ດຳ​ເນີນ​ຊີວິດ​ຂອງ​ເຮົາ​ເລີຍ ເພາະ​ໂຈດບາງຢ່າງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກມັນ​ບໍ່​ໄດ້​ມີ​ຫຍັງ "ຍາກ​ເກີນ​ໄປ" ເລີຍ "ຄົນ" ຕ່າງ​ຫາກ​ທີ່​ເຮັດໃຫ້​ມັນ​າກ

ຢ່າມົວ​ໄປ​ຄົ້ນ​ຫາ​ຂໍ້​ເສຍ​ໃນ​ຕົວ​ຄົນ​ອື່ນ​ໃຫ້​ວຸ້ນວາຍ ເພາະ​ສິ່ງ​ທີ່​ຄົ້ນ​ພົບ (ບໍ່​ວ່າ​ຈະ​ເລື່ອງ​ເຂົາ​ໂ​ຫາ​ໃ, ໄປ​ໃມາ​​ແດ່, ກັບ​ຜິດ​ເວລາ​ເລື້ອຍໆ) ມັນ​ຈະ​ກາຍ​ເປັນ​ເລື່ອງ​ຂາດ​ຄ່າ​ທັນທີ ຫາກ​ຈິດ​ໃຈ​ເຮົາ​ຍັງ​ບໍ່​ນິ່ງ​ພໍ​ທີ່​ຈະ​ຍອມ​ຮັບ​ວ່າ​ທຸກ​ຢ່າງ ມັນ​ກໍ​ເປັນ​ຈັ່ງຊັ້ນ​ເອງ ກາຍ​ເປັນ​ວ່າ​ບໍ່​ຮູ້​ກໍ​ທຸກ ຍິ່ງ​ສືບ​ຍິ່ງ​ຮູ້​ຫລາຍ ກໍ​ຍິ່ງ​ທຸກ​ໜັກ​ເຂົ້າໄປ​ອີກ ແລ້ວ​ຈັ່ງ​ຊີ້​ເມື່ອ​​ໃດຈະ​ຮູ້​ຈັກ​ກັບ​ຄຳ​ວ່າ "ຄວາມ​ສຸກ" ໄດ້​ແທ້ໆ ນຳ​ເຂົາ​ຈັກ​ເທື່ອ


ເລື່ອງ​ງ່າຍ​ທີ່ສຸດ​ທີ່​ຢາກ​ຈະ​ແນະ​ນຳ​ເວລາ​ແຟນ​ເຮັດຫຍັງ​ບໍ່​ຖືກ​ໃຈ​ເຮົາ​ກໍ​ຄື ຄິດ​​ເສຍ​ວ່ານິ​ໄສ​ເຂົາ​ມັນ​ແກ້​ບໍ່​ໄດ້​ອກ ເພາະ​ຄົນ​ເຮົາ​ເຕີບໂຕ​ແລະ​ຖືກ​ລ້ຽງດູ​ມາ​ຕ່າງ​ກັນ ຖ້າ​ເຮົາ​ຮຽນ​ຮູ້​ແລະ​​ເ​ຝິກ​ແອບທີ່​ຈະ​ເຂົ້າໃຈ​ເຂົາ ວ່າ​ເຂົາ​ກໍ​ເປັນ​ແບບ​ນີ້​ແຫລະ ມັນ​ຈະ​ງ່າຍ​ກວ່າ​ຫລື​ບໍ່ ບາງ​ທີ​ເຮົາ​ຄວນ​ຮຽນຕອບ​ຄຳ​ຖາມ​ຕົວ​ເອງ​ໃຫ້​ໄດ້​ວ່າ "ເປັນຫຍັງ​ເຮົາ​ຮັກ​ຜູ້​ຊາຍ​ຄົນ​ນີ້ ທີ່​ມີ​ທັງ​ຂໍ້​ດີ​ແລະ​ຂໍ້​ເສຍໆ ກັນ​ໄດ້" ຄຳຕອບ​ທີ່​ເຮົາ​ຕອບ​ຕົວ​ເອງ​ເທື່ອ​ນີ້ ອາດ​ເປັນ​ຄຳ​ພີຫລື​ເຂັມ​ທິດ​ທີ່​ຈະ​ກຳນົດ​ທິດ​ທາງ​ຄວາມ​ຮັກ​ຂອງ​ເຮົາ​ໄດ້​ຢ່າງ​ແມ່ນຍຳ ໝັ່ນ​ກວດເບິ່ຕົວ​ເອງ​ນຳ​ກໍ​ດີ​ ​ວ່າ​ເຮົາ​ເຂົ້າໃຈ​ແຟນ​ເຮົາ​ໄດ້​ໃນ​ລະ​ດັບ​ໃດ​? ເຮົາ​ເຄີຍ​ໃຫ້​ກຽດ​ເຂົາ​ໃນ​ເລື່ອງ​ສ່ວນ​ຕົວ​ຂອງ​ເຂົາ​ນຳ​ບໍ ຫລື​​ແຕ່​ລະ​ມື້ເອົາ​ແຕ່​ຄອຍກວດ​ອີ​ເມລ, ກວດ​ໂທລະສັບ, ເຊັກ hi5, ເຊັກ​ເຟ​ບຸ໊​ ສາລະພັດ​ຊ່ອງ​ທາງ​ຈະ​​ເຊັກ ເຊັກ ເຊັກ!!!!! ພໍ​ເຊັກ​ສຳເລັດ ບາງ​ຄົນ​ເປັນ​ລົມ​ຄາ​ຄອມພິວເຕີ​ໄປ​ເລີຍ​ກໍມີ

ຢ່າ​ເຮັດໃຫ້​ຕົວ​ເອງ​ລຳ​ບາກ​ເຖິງ​ຂະໜາດ​ນັ້ນ​ເລີຍ ເລື່ອງ​ຫຍັງ​ທີ່ເບິ່ງ​ຂ້າມ​ໄປໄດ້ ກໍ​ຈົ່ງ​ເບິ່ງ​ຂ້າມ​ມັນ​ໄປ. ເລື່ອງ​ບາງ​ເລື່ອງ​ມັນ​ກໍເກີດ​ຂຶ້ນ​ງ່າຍໆ ແລ້ວ​ກໍ​ຈົບ​ໄດ້​ງ່າຍໆ ຄືກັນ ແຕ່​ຖ້າ​ເຮົາ​ໄປ​ເຮັດໃຫ້​ມັນ​ຈົບ​ຍາກ​ເສຍ​ເອງ... ຄາວ​ນີ້​ຈະ​ໄປ​ໂທດ​ໃຜ​ໄດ້ ຖ້າ​ບໍ່ແມ່ນ​ຕົວ​ເຮົາ​ເອ

No comments:

Post a Comment