Sunday, January 16, 2011

ທຳຄວາມສະອາດ ນ້ອງສາວ ໃຫ້ຖືກວິທີ


ຢ່າ​ຄິດວ່າ​ເອົາ​ເລື່ອງ​ທີ່​ຮູ້​ໆ ກັນ​ຢູ່​ແລ້ວ​ມາ​ບອກ​​ເດີ ​ບາງ​ຄົນ​ອາດຈະ​ບໍ່​ຮູ້​ກໍ​ໄດ້​​ຄວນ​ເຮັດ​ຄວາມ​ສະ​ອາດ​ຢ່າງໃດ​ຈຶ່ງ​ຈະ​ຖືກ​ຕ້ອງ​ ແລະ​ ປອດ​ໄພ​ແທ້ໆ

1. ເມື່ອ​ອາບ​ນ້ຳ​
ເຮົາ​ຄວນ​ຈະ​ລ້າງ​ເຮັດ​ຄວາມ​ສະ​ອາດ​ສ່ວນ​ນັ້ນ​ດ້ວຍ​ການ​ໃຊ້​ສະ​ບູ່​ທີ່​ໃຊ້​ຖູ​ຕົວ ຫລື​ສະ​ບູ່​ອ່ອນໆ​ ໂດຍ​ເລີ່ມ​ຈາກ​ຂົນ​ບໍລິເວນ​ອະໄວຍະວະ​ເພດ ແລ້ວ​ລົງ​ມາ​ໃຕ້​ຫົວ​ໜ່າວ​ລ້າງ​ທຸກ​ຊອກ​ມຸມບ່ອນ​ທີ່​ແຄບ​ໃຫຍ່​ແຍກ​ອອກຈາກ​ກັນ​ແຕ່​ບໍ່​ຕ້ອງ​ລ້ວງ​ເຂົ້າໄປ​ໃນ​ຊ່ອງຄອດ​​ເດັດຂາດ ເພາະ​ຈະ​ອັນຕະລາຍ​ໄດ້​​ແລະ​ຫ້າມ​ທາ​ແປ້ງ​ທີ່​ກົ້ນ​ເດັດ​ຂາດ​ເພາະ​ເມື່ອ​ແປ້ງ ​ຖືກ​ຄວາມ​ຊື້ນ​ຈະ​ເຮັດ​ໃຫ້ເປັນ​ເຊື້ອ​ລາ​ໄດ້​ງ່າຍ​ແລະ​ນ້ຳ​ຫອມ​ທີ່​ຢູ່ໃນ​ ແປ້ງ​ອາດ​ເຮັດໃຫ້​ຜິວ​ອະໄວຍະວະ​ເພດ​ທີ່ອ່ອນ​​ເກີດ​ອາການແພ້​ໄດ້​.

2. ການເຮັດ​ຄວາມ​ສະ​ອາດ ຫລັງ​ຖ່າຍ​​ເບົາແລະ​ຫລັງຖ່າຍ​ໜັກ
​ ຫລັງ​ຍ່ຽວ​ນັ້ນ​ສາມາດ​ໃຊ້​ເຈ້ຍອະນາໄມຍີ່ຫໍ້ດີ​ຊັບ​ໃຫ້​ແຫ້ງ​ກໍ​ພຽງ​ພໍ​ເຖິງ​ແມ່ນ​ຈະ​ມີ​ປະຈຳ​ເດືອນ​ຢູ່​ກໍ​ຕາມ​ຫລື​ຖ້າ​ມີ​ຝັກ​ບົວ​ສີດ​ນ້ຳ​ຄ່ອຍໆ ແລ້ວ​ຊັບ​ໃຫ້​ແຫ້ງ​ກໍ​ໄດ້​. ຖ້າຖ່າຍໜັກ​ຄວນ​ແຍກ​ເຮັດ​ຄວາມ​ສະ​ອາດ ຢ່າ​ເຊັດ​ຈາກ​ທະວານ​ໜັກ​ມາ​ຫາ​ອະໄວຍະວະ​ເພດ​ເດີ ​ເພາະ​ຈະ​ເຮັດໃຫ້​ເຊື້ອ​ພະຍາດ​ຈາກ​ອຸດ​ຈາ​ລະ​ເຂົ້າໄປ​ໃນ​ຊ່ອງຄອດ​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ໃນ​ຊ່ອງຄອດ​ໄດ້​ ຫາກ​ມີ​ຝັກ​ບົວ​ໃຫ້​ສີດ​ນ້ຳ​ຄ່ອຍໆ ​ລ້າງ​ໃຫ້​ສະ​ອາດ​ແລ້ວ​ຊັບ​ໃຫ້​ແຫ້ງ​ເຊັ່ນ​ກັນ​.

3. ​ເວລາ​ເຮົາ​ລົງ​ປະຈຳ​ເດືອນ
ຄວນ​ຫາ​ໂອ​ກາດ​ລ້າງ​ກົ້ນ​ໃຫ້​ສະ​ອາດ​ທຸກ​ເທື່ອ​ທີ່​ປ່ຽນ​ຜ້າ​ອະນາໄມ​ຫລື​ຖ່າຍໜັກ


4. ຫລັງ​ການມີ​ເພດ​ສຳພັນ​
ໃຫ້​ເຂົ້າ​ຫ້ອງ​ນ້ຳ​ຍ່ຽວ​ອອກ​ມາ​ເພື່ອ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ຜ່ານ​ເຂົ້າ​ ຊ່ອງ​ຖ່າຍ​ຍ່ຽວ​ແລະ​ເປັນ​ການ​ໃຫ້​ນ້ຳ​ອະ​ສຸ​ຈິ​ຫລື​ສານ​ຄັດ​ຫລັ່ງ​ໃນ​ ຊ່ອງຄອດ​ໄດ້​ໄຫລ​ອອກ​ມາ​ຈາກ​ນັ້ນ​ລ້າງ​ພາຍນອກ​ໃຫ້​ສະ​ອາດ​ແລ້ວ​ຊັບ​ໃຫ້​ແຫ້ງ ​ ບໍ່​ຕ້ອງ​ໃຊ້​ນ້ຳ​ຢາ​ສວນ​ລ້າງ​ເຂົ້າໄປ​ໃນ​ຊ່ອງຄອດ​.


ຂໍ້​ຄວນ​ລະ​ວັງ

1. ການ​ໃຊ້​ເຄື່ອງ​ມື​ສວນ​ລ້າງ​ເຂົ້າໄປ​ໃນ​ຊ່ອງຄອດ​ອາດ​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ພະຍາດ​ໄດ້​ ແລະ​ ຍັງ​ໄປ​ຂ້າ​ແບກ​ທີ​ເລຍ​ທີ່​ມີ​ຢູ່​ຕາມ​ປົກກະຕິ​ໃນ​ຊ່ອງຄອດ​ຊຶ່ງ​ມັນ​ຈະ​ຄອຍ​ຕໍ່​ຕ້ານ​ເຊື້ອ​ພະຍາດ​ຈາກ​ພາຍນອກ​ໃຫ້​ເຮົາ ຈຶ່ງ​ເຮັດໃຫ້​ຕິດ​ເຊື້ອ​ອື່ນໆ ໄດ້​ງ່າຍ ​ແລະ ​ຖ້າ​ຫາກ​ແພດ​ບໍ່​ໄດ້​ສັ່ງ ບໍ່​ຄວນ​ໃຊ້​ຢາ​ໃດໆ ຫຍັດ​ເຂົ້າໄປ​ໃນ​ຊ່ອງຄອດ​ເອງ​ເພາະ​ອາດ​ດື້​ຢາ​ໄດ້​.



2. ການ​ເຂົ້າ​ຫ້ອງ​ນ້ຳ​ສາທາລະນະ​ ຖ້າຫາກ​ມີ​ຝັກ​ບົວ​ສີດ​ນ້ຳ​ຄວນ​ລະ​ວັງ​ການ​ຕິດ​ເຊື້ອ​ພະຍາດ​ຈາກ​ຝັກ​ບົວ​ທີ່​ບໍ່​ສະ​ອາດ​ ​ເພາະ​ຄົົນທີ່​ເຂົ້າ​ຫ້ອງ​ນ້ຳ​ກ່ອນ​ໜ້າ​ເຮົາ​ຈະ​ມີ​ເຊື້ອ​ພະຍາດ​ຫຍັງ​ແຝງ​ຢູ່​ຫລື​ບໍ່​ ​ຄວນ​ສີດ​ນ້ຳ​ຖິ້ມ​ໄປ​ກ່ອນ​ເລັກນ້ອຍ​ແລະ​ ຄວນ​ສີດ​ໃຫ້​ຝັກ​ບົວ​ຢູ່​ຫ່າງ​ຈາກ​ອະໄວຍະວະ​ຂອງ​ເຮົາ​ພໍ​ປະ​ມານ​ຢ່າ​ໃຫ້​ຢູ່ຕິດ​ເກີນ​ໄປ​ ຫລື​ໃຊ້​ແຕ່​ເຈ້ຍອະນາ​ໄມ​ຍີ່​ຫໍ້​ດີ ​ຊຳ​ລະ​ສະ​ອາດໆ ຊັບ​ແຫ້ງ​ກໍ​ພໍ

No comments:

Post a Comment