Thursday, November 17, 2011

ຕ້ອງມີເປົ້າໃນຊີວິດ ແລະ ສິ່ງທີ່ຈະເຮັດທີ່ຊັດເຈນ ແລະ ແນ່ນອນ

ຄົນເຮົາເກີດມາ 99% ມີລະດັບຄວາມສາມາດໃນການຮຽນຮູ້, ສະຕິປັນຍາ ໃກ້ຄຽງກັນ ສ່ວນອີກ 1% ກໍ່ຄືຄົນທີ່ມີສະຕິປັນຍາດີກ່ວາຄົນອື່ນ ສິງທີ່ແຕກຕ່າງກໍ່ຈະມີພຽງແຕ່ຄວາມເຊື່ອໝັ້ນໃນຕົວເອງກັບຄວາມດຸໝັ່ນ ຂະຫຍັນພຽນເທົ່ານັ້ນ ຢ່າປະມາດຕົວເອງວ່າເຮັດຫຍັງສູ້ຄົນອື່ນບໍ່ໄດ້ ຕ້ອງເບິ່ງທີເປົ້າໝາຍ ຫາກເຮົາມີເປົ້າໝາຍທີ່ຊັດເຈນໃນສິ່ງທີ່ເຮົາຈະເຮັດ ເພາະການມີເປົ້າໝາຍໃນຊີວິດ ເຮົາກໍ່ຈະມີກ່ຳລັງໃຈໃນການທີ່ຈະຜ່ານຜາອຸປະສັກຕ່າງໆ ເພື່ອໄປສູ່ເປົ້າໝາຍໃຫ້ໄດ້ ຖ້າເຮົາບໍ່ເປົ້າໝາຍ ເຮົາກໍ່ບໍ່ມີອັນຈະເຮັດ ຫຼື ເວລາເຮັດຫຍັງ ພໍເຈີບັນຫາໜ້ອຍໜຶ່ງ ເຮົາກໍ່ຈະທໍ້ທັນ
ຂ້າພະເຈົ້າເຊື່ອວ່າທຸກຄົນເກີດມາລ້ວນແຕ່ມີຄວາມຝັນ ຖ້າເຮົາຕ້ອງການໃຫ້ຄວາມເປັນຈິງໄດ້ ເຮົາຕ້ອງສ້າງຄວາມໃຫ້ເປັນເປົ້າໝາຍໃຫ້ໄດ້ ຂີດຂຽນອອກມາເປັນໂຕໜັງສືໃຫ້ໄດ້ ແລ້ວ ຄິດຫາວິທີທາງ, ແລ້ວ ກໍ່ລົງມືເຮັດທັນທີ

ຂໍ້ມູນຈາກໜັງສື:  Genius Secret ໂດຍ: ຄຳພັດ ບູລົມ

No comments:

Post a Comment