ໝາກແຕງຂີ້ໄກ່
ຈະມີວິຕາມິນສູງ ໃນໝາກແຕງຂີ້ໄກ່ຍັງມີເອັນໄຊມ໌ cryssin ຊຶ່ງຊ່ວຍຍ່ອຍໂປຕີນໄດ້ ເອັນໄຊມ໌ຊະນິດນີ້ ຈະຊ່ວຍຍ່ອຍຜິວໜັງທີ່ ແຂງກະດ້າງ ໃຫ້ຫລຸດອອກໄປ ເພື່ອໃຫ້ຜິວໃໝ່ທີ່ອ່ອນນຸ່ມ ເກີດຂຶ້ນມາແທນທີ່ ບາງຄົນໃຊ້ໝາກແຕງຂີ້ໄກ່ສົດ ຝານເປັນປ່ຽງບາງໆ ວາງເທິງໃບຫນ້າທີ່ລ້າງສະອາດ ແທນນ້ຳໝາກແຕງ. ປັດຈຸບັນ ມີນ້ຳໝາກແຕງປະສົມໃນເຄື່ອງສຳອາງ ເຊັ່ນ ຄີມລ້າງໜ້າ ຄີມທາຕົວ ເພື່ອຊ່ວຍໃຫ້ຜິວບໍ່ດ້ານ ແລະຊ່ວຍສະໝານຜິວ ໝາກແຕງຂີ້ໄກ່ເປັນສະໝຸນໄພ ທີ່ຫາງ່າຍ ມີປະໂຫຍດ ລາຄາຖືກ ໃຊ້ຕິດຕໍ່ກັນເປັນປະຈຳ ຈະເຮັດໃຫ້ສວຍສົດຊື່ນ ມີນ້ຳມີນວນ.
ໝາກເລ່ນ
ໃນໝາກເລ່ນຈະມີສານ Curotenoid ແລະມີວິຕາມິນຫລາຍຊະນິດ ນ້ຳຈາກໝາກເລ່ນສຸກ ຈະມີສານ licopersioin ຊຶ່ງມີລິດຂ້າເຊື້ອລາ ແລະແບັກ ທີເລຍ ແລະ ນ້ຳໝາກເລ່ນສົດ ນຳມາພອກໜ້າ ຈະປິ່ນປົວສິວສະໝານຜິວໜ້າໃຫ້ເຕ່ງຕຶງ ຫລືອາດຈະຝານບາງໆ ແປະລົງເທິງຜິວໜ້າກໍໄດ້.
No comments:
Post a Comment